
ຮັບສະໝັກພະນັກງານ
1 ຕຳແໜ່ງ ໄອທີ ຈຳນວນ 3 ຕຳແຫນ່ງ
2 ຕໍາແຫນ່ງຊ່າງໄຟຟ້າ 2 ຕໍາແຫນ່ງ
1. ເງື່ອນໄຂຜູ້ສະໝັກຕໍາແຫນ່ງໄອທີ:
- ເພດ ຊາຍ ອາຍຸລະຫວ່າງ 20-35 ປີ.
- ລະດັບການສຶກສາຊັ້ນສູງຂຶ້ນໄປ ສາຂາ ໄອທີ
- ມີປະສົບການວຽກມາກ່ອນຢ່າງຕໍ່າ 1 ປີ ແລະ ສາມາດວິເຄາະ, ສ້ອມແປງ ເຄື່ອງໄອທີໄດ້.
- ຕ້ອງຮູ້ນໍາໃຊ້ Computer (Word, Excel, Power point, Internet E-mail).
- ຖ້າຮູ້ພາສາອັງກິດ (ເວົ້າ,ອ່ານ,ຂຽນ) ໄດ້.
- ມີມະນຸດສໍາພັນດີ, ຫ້າວຫັນ,ອົດທົນ ແລະ ສາມາດເຮັດວຽກເປັນກຸ່ມໄດ້.
- ຕ້ອງສາມາດເຮັດວຽກໄດ້ຫຼາຍໜ້າທີ່ໃນເວລາດຽວກັນ.
2. ເງື່ອນໄຂຜູ້ສະໝັກຕໍາແຫນ່ງຊ່າງໄຟຟ້າ:
- ເພດ ຊາຍ ອາຍຸລະຫວ່າງ 25-35 ປີ.
- ລະດັບການສຶກສາຈົບຊັ້ນສູງຂຶ້ນໄປ ສາຂາ ຊ່າງໄຟຟ້າ.
- ຕ້ອງຮູ້ເດີນສາຍກ້ອງວົງຈອນປິດ, ເດີນສາຍອິນເຕີເນັດ ແລະ ວຽກແລ່ນລະບົບໄຟຟ້າໃນອາຄານຕ່າງໆ.
- ຖ້າມີປະສົບການຈະພິຈາລະນາເປັນພິເສດ.
- ມີມະນຸດສໍາພັນດີ, ຫ້າວຫັນ,ອົດທົນ ແລະ ສາມາດເຮັດວຽກເປັນກຸ່ມໄດ້.
- ຕ້ອງສາມາດເຮັດວຽກໄດ້ຫຼາຍໜ້າທີ່ໃນເວລາດຽວກັນ.
ເອກະສານປະກອບມີ
-
ຮູບຖ່າຍຂະໜາດ 3*4 (3ໃບ)
-
ສຳເນົາສຳມະໂນຄົວ / ບັດປະຈຳຕົວ
-
ໃບຢັ້ງຢືນທີ່ຢູ່ (ກາແດງ ບໍ່ເກິນ 3ເດືອນ)
-
ໃບແຈ້ງໂທດ (ກາແດງ ບໍ່ເກິນ 3ເດືອນ)
-
ໃບກວດສຸກຂະພາບ (ກາແດງ ບໍ່ເກິນ 3ເດືອນ)
-
ໃບຄໍ້າປະກັນ (ກາແດງ ບໍ່ເກິນ 3ເດືອນ)
-
ໃບປະກາດສະນີຍະບັດ
-
ໃບຜ່ານງານ (ຖ້າມີ)
ຜູ້ທີ່ສົນໃຈສາມາດເຂົ້າມາພົວພັນເອົາແບບຟອມສະໝັກງານໄດ້ທີ່ ບໍລິສັດ ຈຳປາເອັນເທີພຮາຍ
ບ້ານ ໂພນປາເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ຫລື ສົ່ງເຂົ້າມາທາງ Email: Nanthalack@champait.com ໂທ: 021-262442 / ໂທ ຫລື WhatsApp 020 55168866
